📞 (856) 41-212180 ✉️ savannakhetttc1969@gmail.com
f @
ສະພາບທົ່ວໄປ ແລະ ປະຫວັດຄວາມເປັນມາ

ສະພາບທົ່ວໄປ ແລະ ປະຫວັດຄວາມເປັນມາຂອງວິທະຍາໄລຄູ ສະຫວັນນະເຂດ

ວິທະຍາໄລຄູ ສະຫວັນນະເຂດ ສ້າງຕັ້ງຂື້ນເມື່ອປີ 1966 ໂດຍໃສ່ຊື່ໃນເບື້ອງຕົ້ນວ່າ: ວິທະຍາໄລຄູ ສະຫວັນນະເຂດ ຊຶ່ງເອີ້ນຕາມພາສາຝຣັ່ງວ່າ Ecole normale Savannakhet, ມີຂອບເຂດເນື້ອທີ່ທັງໝົດ 44 ເຮັກຕາ, ເນື້ອທີ່ດິນທີ່ນອນໃນໂຄງການສຳຫຼວດແລ້ວ 42 ເຮັກຕາ, ດ້ານໜ້າໂຮງຮຽນຕິດແປະກັບເສັ້ນທາງເລກທີ 9 ຍາວ 290 ແມັດ, ຊຶ່ງຫ່າງຈາກຕົວເມືອງສະຫວັນນະເຂດ ໄປທາງທິດຕາເວັນອອກ 7 ກິໂລແມັດ. ເປັນໂຮງຮຽນກໍ່ສ້າງຄູຊັ້ນຕົ້ນ ສ້າງສຳເລັດເມື່ອປີ 1969 ປະກອບດ້ວຍອາຄານຕ່າງໆທັງໝົດ 11 ຫຼັງ, ແຍກເປັນອາຄານຮຽນ 3 ຫຼັງ, ຫ້ອງຝຶກງານ 1 ຫຼັງ, ອາຄານພັກເຊົາຂອງນັກຮຽນ 3 ຫຼັງ, ຫໍອາຫານ 1 ຫຼັງ, ສຸກສາລາ 1 ຫຼັງ ແລະ ເຮືອນພັກຄະນະອຳນວຍການ 2 ຫຼັງ. ໂຮງຮຽນແຫ່ງນີ້ມີເປົ້າໝາຍໃນການສ້າງຄູໃຫ້ສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ ໂດຍມີຜູ້ອຳນວຍການຄົນທຳອິດຊື່ວ່າ ທ່ານ ອວດ ອຸລະຈິດ; ດັ່ງນັ້ນ, ເມື່ອແບ່ງການຂະຫຍາຍຕົວຂອງວິທະຍາໄລຄູ ສະຫວັນນະເຂດ ເລີ່ມຈາກການສ້າງຕັ້ງຈົນຮອດປະຈຸບັນ ຈຶ່ງໄດ້ຜ່ານການຂະຫຍາຍຕົວໃນ 4 ໄລຍະທີ່ແຕກຕ່າງກັນ.

ວິທະຍາໄລຄູ ສະຫວັນນະເຂດ
ວຄສ 1969 - ປັດຈຸບັນ

ວິວັດທະນາການ ແລະ ການຂະຫຍາຍຕົວຂອງ ວຄສ

ໄລຍະທີ 1
1969-1975: ການວາງຮາກຖານ

ໄລຍະທີ 1 ລະຫວ່າງປີ 1969-1975 ເອີ້ນວ່າ ວິທະຍາໄລຄູສະຫວັນນະເຂດ ເປັນໂຮງຮຽນກໍ່ສ້າງຄູຊັ້ນຕົ້ນ ໃນລະບົບ 6+2 (ລະບົບເລັ່ງລັດ) ແລະ ລະບົບ 6+4 ເປັນຄູປະຖົມສົມບູນ. ຂອບເຂດຂອງການກໍ່ສ້າງຄູ ແມ່ນໃນສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ.

ໄລຍະທີ 2
1975-1989: ໂຮງຮຽນກໍ່ສ້າງຄູຊັ້ນກາງ (ສ.ຄ 5)

ໄລຍະທີ 2 ເລີ່ມແຕ່ປີ 1975-1989 ປ່ຽນຊື່ເປັນ ໂຮງຮຽນກໍ່ສ້າງຄູຊັ້ນກາງເລກ 5 (ສ.ຄ 5) ຊຶ່ງຮຽນໃນລະບົບ 8+3 ແລະ ຮັບເອົາພະນັກງານຄູຊັ້ນຕົ້ນມາຮຽນຕໍ່ເອົາວຸດທິຄູຊັ້ນກາງ. ໄລຍະນີ້ມີໜ້າທີ່ກໍ່ສ້າງຄູໃຫ້ສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ ຊຶ່ງສາມາດກໍ່ສ້າງຄູໄດ້ທັງໝົດ 15 ຊຸດ, ມີຈຳນວນ 3.049 ຄົນ.

ໄລຍະທີ 3
1984-1989: ການກຳເນີດສາຂາ ມ.ສ.ຄ

ໄລຍະທີ 3 ລະຫວ່າງປີ 1984-1989, ໃນນີ້ເລີ່ມຈາກສົກຮຽນ 1984-1985 ໄດ້ສ້າງຕັ້ງ ສາຂາມະຫາວິທະຍາໄລສ້າງຄູ ສະຫວັນນະເຂດ ຂື້ນຊຶ່ງມີຊື່ຫຍໍ້ວ່າ: ສາຂາ ມ.ສ.ຄ ສະຫວັນນະເຂດ ໂດຍແຍກເອົາອາຄານສ່ວນໜຶ່ງຂອງ ສ.ຄ.5 ໄປນຳໃຊ້. ລະຫວ່າງ ສ.ຄ.5 ແລະ ສາຂາ ມ.ສ.ຄ ນັ້ນມີຄະນະອຳນວຍການຂອງໃຜລາວ, ມີລະບົບຫຼັກສູດການຮຽນແຕກຕ່າງກັນຄື: ສາຂາ ມ.ສ.ຄ ຮຽນໃນລະບົບ 11+4 ສຳລັບນັກຮຽນສາມັນ ແລະ ຮັບເອົາພະນັກງານຄູຊັ້ນກາງມາຮຽນຕໍ່ ເພື່ອເປັນຄູຊັ້ນສູງສອນຂັ້ນມັດທະຍົມຕອນປາຍ. ມີໜ້າທີ່ກໍ່ສ້າງຄູໃນ 6 ແຂວງ ພາກກາງແລະໃຕ້ຄື: ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ, ສ່ວນ ສ.ຄ.5 ຍັງຮຽນໃນລະບົບ 8+3 ເໝືອນເດີມ; ສາຂາ ມ.ສ.ຄ ກໍ່ສ້າງຄູໄດ້ທັງໝົດ 5 ຊຸດມີຈຳນວນ 542 ຄົນ.

ໄລຍະທີ 4
1989-ປັດຈຸບັນ: ວິທະຍາໄລຄູສະຫວັນນະເຂດ (ວຄສ)

ໄລຍະທີ 4 ເລີ່ມຈາກສົກຮຽນ 1989-1990 ສ.ຄ.5 ແລະ ສາຂາ ມ.ສ.ຄ ໄດ້ຮ່ວມເຂົ້າເປັນສະຖາບັນການສຶກສາດຽວ ໂດຍມີຄະນະອຳນວຍການຄະນະດຽວເປັນຜູ້ບໍລິຫານ ແລະ ໄດ້ປ່ຽນຊື່ມາເປັນ ໂຮງຮຽນກໍ່ສ້າງຄູຊັ້ນສູງ ສະຫວັນນະເຂດ ໄລຍະຕໍ່ມາ ຈຶ່ງປ່ຽນເປັນ ວິທະຍາໄລຄູສະຫວັນນະເຂດ (ວຄສ). ລະບົບການຮຽນແມ່ນ 11+3 ໂດຍຮັບເອົານັກຮຽນມັດທະຍົມຕອນປາຍ ແລະ ຄູຊັ້ນກາງ ມາຮຽນໃນຫຼັກສູດ 3 ປີ ເປັນຄູຊັ້ນສູງລະດັບອະນຸປຣິນຍາສອນລະດັບມັດທະຍົມຕອນຕົ້ນ. ສົກຮຽນ 1991-1992 ວຄສ ໄດ້ສ້າງຄູ ລະບົບ 11+1 ໂດຍຮັບເອົານັກຮຽນມັດທະຍົມຕອນປາຍມາຮຽນຕໍ່ 1 ປີໄປສອນປະຖົມ ແລະ ມີໜ້າທີ່ກໍ່ສ້າງຄູໃນສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ. ໄລຍະນີ້ໄດ້ກໍ່ສ້າງຄູ ໃນສອງລະບົບ ອອກທັງໝົດ 9 ຊຸດ , ຈຳນວນ 1.062 ຄົນ, ໃນນັ້ນ 11+3 ມີ 546 ຄົນ ແລະ 11+1 ມີ 516 ຄົນ.

ວິໄສທັດ

ປັດຈຸບັນ: ເປັນສູນກາງພັດທະນາວິຊາຊີບຄູທີ່ມີຄຸນນະພາບ, ຈັນຍາບັນ, ເນັ້ນການວິໄຈ ແລະ ເຊື່ອມໂຍງສາກົນ.

ຄຳຂວັນ: ສອນດີ ຮຽນເກັ່ງ ເຄັ່ງຕໍ່ວິໄນ ໃສ່ໃຈພັດທະນາສິ່ງແວດລ້ອມ ພ້ອມຮັກສາວັດທະນະທຳ.

ວິໄສທັດຫ້ອງການ

  • ວິທະຍາສາດທຳມະຊາດ: ເກັ່ງວິທະຍາສາດ ສະຫຼາດຄິດໄລ່ ວ່ອງໄວປະຕິບັດ...
  • ອະນຸບານ-ປະຖົມ: ອຸດົມການລ້ຳເລີດ ປະເສີດຄຸນນະທຳ ນຳໜ້າວິຊາຄູ.
  • ພາສາຕ່າງປະເທດ: ການຮຽນພາສາ ຄືຕົ້ນເຫດຄວາມເຂົ້າໃຈສາກົນ.
  • ວິທະຍາສາດສັງຄົມ: ຄຸນສົມບັດວັດທະນະທຳເປັນເລີດ.

ລາຍຊື່ຜູ້ອຳນວຍການ ໃນແຕ່ລະສະໄໝ

ທ່ານ ອວດ ອຸລະຈິດ
ທ່ານ ອວດ ອຸລະຈິດ
1969-1971
ທ່ານ ທອງເພັດ ວົງໂພສີ
ທ່ານ ທອງເພັດ ວົງໂພສີ
1971-1972
ທ່ານ ເງິນແທ່ງ ເກດຕະວົງ
ທ່ານ ເງິນແທ່ງ ເກດຕະວົງ
1972-1974
ທ່ານ ທອງເຕີນ ໄຊຍະເສນ
ທ່ານ ທອງເຕີນ ໄຊຍະເສນ
1974-1976
ທ່ານ ວອນມາ ດາລາອ້ວນ
ທ່ານ ວອນມາ ດາລາອ້ວນ
1976-1980
ທ່ານ ສຳພອນ ເກິ່ງພະຈັນ
ທ່ານ ສຳພອນ ເກິ່ງພະຈັນ
1980-1984
ທ່ານ ວຽງຄຳ ເພັງສະຫວັນ
ທ່ານ ວຽງຄຳ ເພັງສະຫວັນ
1984-1992
ທ່ານ ຄຳພູນ ຕຸໄພທູນ
ທ່ານ ຄຳພູນ ຕຸໄພທູນ
1992-2006
ທ່ານ ກຶ່ງ ໄຊຍະສານ
ທ່ານ ກຶ່ງ ໄຊຍະສານ
2006-2015
ທ່ານ ລັດສະໝີ ພະໄຊສີ
ທ່ານ ລັດສະໝີ ພະໄຊສີ
2015-ປັດຈຸບັນ